ຫວຽດນາມ – ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ
ຕອນເຊົ້າວັນທີ 17 ມີນາ, ທີ່ສໍານັກງານກະຊວງປ້ອງກັນ ປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ ແລະຊ່ວຍເຫຼືອທີ່ເຕັມໄປດ້ວຍອາລົມຈິດ ຂອງພັກ, ລັດ, ປະຊາຊົນ ແລະກໍາລັງປະກອບອາວຸດປະຕິວັດກູບາ ທີ່ມີຕໍ່ກັບພາລະກິດການປະຕິວັດ, ພາລະກິດແຫ່ງການສ້າງສາປະເທດຂອງຫວຽດນາມ, ພ້ອມທັງຍາມໃດກໍ່ສຶກສາໃຫ້ຄົນລຸ້ນຕ່າງໆໃນປະຈຸບັນ ແລະອະນາຄົດຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນີ້.

ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເຫັນດີເປັນ ເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ໃຫ້ມີປະສິດທິຜົນບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ສຸມໃສ່ເຂົ້າບາງຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ປະຕິບັດສໍາເລັດ ຊຸດສໍານວນເອກະສານກ່ຽວກັບ 60 ປີແຫ່ງປີປະຫວັດສາດດ້ານປ້ອງກັນຊາດ ຫວຽດນາມ-ກູບາ; ສ້າງ ແລະລົງນາມເອກະສານ, ຂໍ້ຕົກລົງການຮ່ວມມື ສະບັບໃໝ່ຄື ແຜນການຮ່ວມມືໄລຍະ 2023-2025, ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືວຽກງານພັກ, ວຽກງານການເມືອງໃນ ກອງທັບ, ຂໍ້ຕົກລົງການຮ່ວມມືໄລຍະ 5 ປີລະຫວ່າງເສນາຮັກສອງປະເທດ…
ສ່ວນທ່ານ Orlando Nicolás Hernández Guillén ໄດ້ຂອບໃຈທ່ານລັດຖະມົນຕີ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະຢັ້ງຢືນວ່າ ໃນຖານະຕໍາແໜ່ງປະຕິບັດວຽກງານໃໝ່ ຈະມານະພະຍາຍາມ ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນມິດຕະພາບທີ່ເປັນ ມູນເຊື້ອພິເສດລະຫວ່າງສອງປະເທດ, ສອງກອງທັບ.
ວາລະສານຍຸກສະໄໝ
ສະຫະພັນບັນດາສະມາຄົມມິດຕະພາບ
https://huunghivietlao.thoidai.com.vn/detail-article-13449.html
Tin khác đã đăng
- ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນປະເທດ ອາຊຽນ 22/03/2022
- ເລຂາຄະນະພັກນະຄອນໂຮ່ຈິມິນຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ – ຫວຽດນາມ 19/07/2019
- ກະຊວງຍຸຕິທຳມອບຫລຽນກາລະນຶກເພື່ອພາລະກິດຍຸຕິທຳໃຫ້ ເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ 19/07/2019
- ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ 19/07/2019
- ການນໍານະຄອນຮ່າໂນ້ຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມລາວ ການນໍານະຄອນຮ່າໂນ້ຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມລາວ 19/07/2019
Chưa có bình luận nào